ສ.ເກົາຫຼີຕຳໜິຕິຕຽນບັນດາການກະທຳຂອງຍີ່ປຸ່ນກ່ຽວຂອງເຖິງວິຫານYasukuni

ສ.ເກົາຫຼີຕຳໜິຕິຕຽນບັນດາການກະທຳຂອງຍີ່ປຸ່ນກ່ຽວຂອງເຖິງວິຫານYasukuni - ảnh 1
ວິຫານ Yasukuni
(ພາບອີນເຕແນັດ)

(vovworld) – ວັນ​ທີ 18/10, ສ.​ເກົາຫຼີ ​ໄດ້ຕຳ​ໜິຕິ​ຕຽນ​​ເລື່ອງ ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ຝາກ​ເຄື່ອງ​ຂອງ​ບູຊາເຖິງ​ວິຫານ Yasukuni ​ແລະ ​ເລື່ອງ​​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ​ແລະ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຍີ່ປຸ່ນ ​ໄດ້​ເຂົ້າ​ໄຫວ​້​ອາ​ໄລຢູ່​ວິຫານ​ດັ່ງກ່າວ. ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ຖື​ວ່າ, ການ​ກະທຳ​ນີ້ “ບໍ່ຕ່າງ​ຫຍັງ​ສະໜັບສະໜູນ​ແກ່​ການ​ກະທຳຮຸກ​ຮານ​ໃນ​ໄລ​ຍະ​ສົງຄາມ​ຂອງ​ຍີ່ປຸ່ນ”. ​ສິ່ງ​ດັ່ງກ່າວ​ “ໄປ​ຝືນ​ກັບ​ຄວາມ​ມານະ​ພະຍາຍາມ​ເພື່ອ​ປັບປຸງ​ການ​ພົວພັນ​ກັບ​ຍີ່ປຸ່ນ ຜ່ານ​ບັນດາ​ການ​ພົບ​ປະ​ຄັ້ງ​ສຸດ​ຍອດ 3 ຝ່າຍ​ກັບ​ຈີນ”. ນອກຈາກ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ຍັງ​ຖື​ວ່າ, ການ​ພັດທະນາ​ການ​ພົວພັນສະຖຽນລະ​ພາບ​ລະຫວ່າງ​ສ.​ເກົາຫຼີ ​ແລະ ຍີ່ປຸ່ນ ພຽງ​​ແຕ່ບັນລຸ​ໄດ້ ​ເມື່ອ​ຍີ່ປຸ່ນ ຮັບມີ​ທ້າ​ທີ​ກິນ​ແໜງ​ຕໍ່ບັນດາ​ການ​ກະທຳ​ທີ່ຜິດ​ພາດໃນ​ອະ​ດີດ, ດ້ວຍ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ປະຫວັດສາດ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ