ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ

ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ - ảnh 1
(ພາບ​ປະ​ກອບ)


(vovworld)-ຫວຽດ​ນາມ​ມຸ່ງ​ໄປ​ສູ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກະ​ສີ​ກຳ​ຮອບ​ດ້ານ ແລະ ຍືນ​ຍົງ, ຮ່ວມ​ສຳ​ພັນ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຫງວຽນ​ຊວນ​ເກືອງ​. ທ່ານໃຫ້​ຮູ້​ວ່າ : ແຕ່ຫຼາຍ​ປີມານີ້, ຫວຽດ​ນາມ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ : “ ວິ​ໄສ​ທັດ​ໃໝ່​ໃນ​ກະ​ສີ​ກຳ ”. ຫວຽດ​ນາມ​ໄດ້​ເລີ່ມ​ເຂົ້າ ​ຮ່ວມຂໍ້​ລິ​ເລີ່ມນີ້​ນັບ​ແຕ່​ປີ 2010 ໂດຍ​ຜ່ານ​ການ​ເຊື່ອມ​ຈອດ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄື: ລັດ, ວິ​ສາ​ຫະ​ກິດ ປ​ລະ ຊາວ​ກະ​ສີ​ກອນ, ພິ​ເສດ​ແມ່ນ​ຜ່ານ​ຮູບ​ແບບ​ຄູ່​ຮ່ວມ​ມື​ພາກ​ລັດ-ເອ​ກະ​ຊົນ TPP. ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ​ກັບ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ໃນໄລ​ຍະ​ທີ່​ຈະ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຫງວຽນ​ຊວນ​ເກືອງ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ມຸ່ງ​ໄປ​ສູ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກະ​ສີ​ກຳ​ຮອບ​ດ້ານ ແລະ ຍືນ​ຍົງ, ຮ່ວມ​ສຳ​ພັນ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຂ່າວ/ບົດ​ອື່ນ