ຫວຽດນາມເຂົ້າຮ່ວມການພົບປະສາກົນບັນດາພັກກອມມູນິດແລະກຳມະກອນສາກົນ

ຫວຽດນາມເຂົ້າຮ່ວມການພົບປະສາກົນບັນດາພັກກອມມູນິດແລະກຳມະກອນສາກົນ - ảnh 1
ທ່ານ ​ເຈີ່ນ​ດັກ​ເລີ້​ຍ ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ
(ພາບ: Khanhlan)

(vovworld) ການ​ພົບ​ປະ​ສາກົນລະຫວ່າງ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ຄັ້ງ​ທີ 17 (IMCWP - 17) ດ້ວຍ​ຫົວ​ຂໍ້ “ໜ້າ​ທີ່​ຂອງ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ ​ເພີ່ມ​ທະວີ​ການ​ຕໍ່ສູ້​ຂອງ​ຊົນ​ຊັ້ນ​ກຳມະກອນ​ຕ້ານ​ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ລັດທິ​ທຶນ​ນິຍົມ, ການ​ດຳ​ເນີນ ​ສົງຄາມ​ຂອງ​ພວກຈັກກະພັດ ​ແລະ ລັດທິ​ຟາດ​ຊິດ, ປົດ​ປ່ອຍ​ຊົນ​ຊັ້ນ ​ແລະ ບັນດາ​ປະຊາຊົນ, ​ເພື່ອ​ສັງຄົມ​ນິຍົມ” ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ Istanbul ປະ​ເທດ ຕວກກີ ​ໃນ​ລະຫວ່າງ​ວັນ​ທີ 30/10 ​ເຖິງ​ວັນ​ທີ 1/11/2015. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ມີຜູ້​ແທນ​ ​ 100 ກ່ວາ​ທ່ານ ​ທີ່​ຕາງໜ້າ​ໃຫ້ 58 ພັກ​ມາ​ຈາກ 48 ປະ​ເທດ​ໃນ​ທົ່ວ​ໂລກ. ຄະນະ​ຜູ້​ແທນ ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ​ເຈີ່ນ​ດັກ​ເລີ້​ຍ ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ​​ໄດ້ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຢູ່​ບັນດາ​ວາລະ​ປະຊຸມ, ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ສາກົນຫລາຍ​ຄະນະ.

        ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ສຸມ​ໃສ່​ຕີ​ລາຄາ​ການ​ຜັນ​ແປ​ທີ່​ພົ້ນ​ເດັ່ນ​ຂອງ​ສະພາບ​ສາກົນ, ​ເນື້ອ​ແທ້ຂອງ​ບັນດາ​ວິວັດທະນາ​ການ​ເສດຖະກິດ - ການ​ເມືອງ - ສັງ​ຄົມ ພວມ​​ເກີດ​ຂຶ້ນ​ພ້ອມ​ກັບ​ໄພ​ປີນຂັ້ນ​ໄດ​ຂອງ​ການປະ​ທະ​ກັນ​ດ້ວຍອາວຸດ, ຄວາມ​ເຄັ່ງ​ຕຶງ​ສັງຄົມ​ຢູ່​ບັນດາ​ເຂດ​ໃນ​ໂລກ. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ກົດ​ລະບຽບ​ຂອງ​ກຸ່ມ​ເຮັດ​ວຽກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ມີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ​ລະຫວ່າງ​ບັນດາ​ພັກ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

 

ຂ່າວ/ບົດ​ອື່ນ