ອ​ັງ​ກິດ​ແຈ້ງ​ຈຸດ​ເວ​ລາ​ຂໍ້​ຕົກ​ລົງ​ເຂົ້າ​ຮ່ວມ CPTPP ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານ Douglas Alexander ລັດຖະມົນຕີຮັບຜິດຊອບນະໂຍບາຍທາງການຄ້າ ອັງກິດ ຢັ້ງຢືນວ່າ ນີ້ແມ່ນຂ່າວດີໃຫ້ແກ່ບັນດາວິສາຫະກິດ ອັງກິດ, ເຊິ່ງບັນດາວິສາຫະກິດພວມກ້າວເຂົ້າໃກ້ເປົ້າໝາຍອາດຈະຍາດແຍ່ງບັນດາກາລະໂອກາດເຊິ່ງ CPTPP ນຳມາໃຫ້.
ອ​ັງ​ກິດ​ແຈ້ງ​ຈຸດ​ເວ​ລາ​ຂໍ້​ຕົກ​ລົງ​ເຂົ້າ​ຮ່ວມ CPTPP ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 29 ສິງຫາ, ຜູ້ຕາງໜ້າລັດຖະບານ ອັງກິດໄດ້ປະກາດຂໍ້ຕົກລົງເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມື ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະມີຜົນສັກສິດແຕ່ວັນທີ 15 ທັນວາ 2024 ພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນຈາກຈຳນວນປະເທດຢ່າງຄົບຖ້ວນຕາມຂໍ້ກຳນົດ.

ໃນຖະແຫຼງການຂອງວັນດຽວກັນ, ທ່ານ Douglas Alexander ລັດຖະມົນຕີຮັບຜິດຊອບນະໂຍບາຍທາງການຄ້າ ອັງກິດ ຢັ້ງຢືນວ່າ ນີ້ແມ່ນຂ່າວດີໃຫ້ແກ່ບັນດາວິສາຫະກິດ ອັງກິດ, ເຊິ່ງບັນດາວິສາຫະກິດພວມກ້າວເຂົ້າໃກ້ເປົ້າໝາຍອາດຈະຍາດແຍ່ງບັນດາກາລະໂອກາດເຊິ່ງ CPTPP ນຳມາໃຫ້. ເມື່ອ CPTPP ມີຜົນສັກສິດ , ກ່ວາ 99%ຈຳນວນສິນຄ້າສົ່ງອອກໃນປັດຈຸບັນຂອງອັງກິດ ທີ່ສົ່ງອອກໄປຍັງບັນດາປະເທດສະມາຊິກ CPTPP ຈະໄດ້ຍົກເວັ້ນພາສີ, ກຳລັງບົ່ມຊ້ອນຈະສາມາດນຳເງິນເປັນຈຳນວນປະມານ 2,6 ຕື້ USD/ປີ ມາໃຫ້ແກ່ເສດຖະກິດອັງກິດ ໃນປີ 2040.

ຕອບກັບ

ຂ່າວ/ບົດ​ອື່ນ