ອີ​ຢູ ເນັ້ນ​ໜັກ​ຄຳ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດ​ພາຍ​ໃນ​ກຸ່​ມ

(VOVWORLD) - ທ່ານນາງ Ursula von der Leyen ຖືວ່າ “ການປົກປັກຮັກສາ ເອີລົບ ແມ່ນຄວາມຮັບຜິດຊອບທຳອິດ ແລະ ເໜືອກ່ວາສິ່ງໃດໝົດຂອງ ອີຢູ”.
 ອີ​ຢູ ເນັ້ນ​ໜັກ​ຄຳ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດ​ພາຍ​ໃນ​ກຸ່​ມ - ảnh 1

(ພາບ: AFP/TTXVN)

   ວັນທີ 30 ສິງຫາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີລົບ (EC)  ໄດ້ຮຽກຮ້ອງໃຫ້ ອີຢູ ຍູ້ແຮງການຜະລິດອາວຸດ ແລະ ຍົກສູງຄວາມສາມາດປ້ອງກັນຊາດຂອງກຸ່ມ, ພິເສດແມ່ນໃນສະພາບການບັນດາໄພນາບຂູ່ພູມສາດການເມືອງໄດ້ເພີ່ມຂຶ້ນ.

  ກ່າວຄຳເຫັນທີ່ເວທີປາໄສຄວາມໝັ້ນຄົງທົ່ວໂລກ GLOBESEC   ຈັດຂຶ້ນຢູ່ນະຄອນຫຼວງ Praha ຂອງ ສ.ເຊັກ, ທ່ານນາງ Ursula von der Leyen ຖືວ່າ “ການປົກປັກຮັກສາ ເອີລົບ ແມ່ນຄວາມຮັບຜິດຊອບທຳອິດ ແລະ ເໜືອກ່ວາສິ່ງໃດໝົດຂອງ ອີຢູ”, ເຖິງວ່າ ອົງການ ນາໂຕ ສືບຕໍ່ສວມບົດບາດໃຈກາງ ໃນລະບົບປ້ອງກັນລວມໝູ່. ຕາມທ່ານນາງແລ້ວ, ອີຢູ ກໍ່ຕ້ອງພັດທະນາ ແລະ ປັບປຸງກຳລັງແຮງຂອງບັນດາກົນໄກ ຫຼືຍຸດທະສາດປ້ອງກັນສະເພາະ ເພື່ອຍົກສູງຄວາມສາມາດປ້ອງກັນຊາດຂອງກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ