ອີ​ຣັກ, ອາ​ເມ​ລິ​ກາ ເຫັນ​ດີ​ຖອນ​ກຳ​ລັງ​ທະ​ຫານ​ປະ​ສົມ​ຕ້ານ IS ຕາມ​ແຕ່​ລະ​ໄລ​ຍະ

(VOVWORLD) - ທ່ານ Thabet al-Abbassi ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣັກ ໄດ້ອອກຖະແຫຼງການ Baghdad ແລະ Washington ໂດຍເຫັນດີຖອນບັນດາກຳລັງຂຶ້ນກັບກຳລັງທະຫານປະສົມໂດຍ ອາເມລິກາ ນຳໜ້າ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ ຕາມແຕ່ລະໄລຍະ.
ອີ​ຣັກ, ອາ​ເມ​ລິ​ກາ ເຫັນ​ດີ​ຖອນ​ກຳ​ລັງ​ທະ​ຫານ​ປະ​ສົມ​ຕ້ານ IS ຕາມ​ແຕ່​ລະ​ໄລ​ຍະ - ảnh 1ທະຫານ ອາເມລິກາ ຢູ່ ອີຣັກ (ພາບ: AFP/TTXVN)

ວັນທີ 8 ກັນຍາ, ທ່ານ Thabet al-Abbassi ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣັກ ໄດ້ອອກຖະແຫຼງການ Baghdad ແລະ Washington ໂດຍເຫັນດີຖອນບັນດາກຳລັງຂຶ້ນກັບກຳລັງທະຫານປະສົມໂດຍ ອາເມລິກາ ນຳໜ້າ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ ຕາມແຕ່ລະໄລຍະ, ແຕ່ສອງຝ່າຍຍັງບໍ່ທັນເຊັນຂໍ້ຕົກລົງສະບັບສຸດທ້າຍ. ການເຄື່ອນໄຫວຖອນທະຫານຈະໄດ້ຮັບການປະຕິບັດ “ຕາມ 2 ໄລຍະ” ແລະ ສອງຝ່າຍອາດຈະເຊັ່ນຂໍ້ຕົກລົງໃນຊຸມວັນຈະມາເຖິງ.

ຕາມທ່ານ Thabet al-Abbassi ແລ້ວ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຢັ້ງຢືນໃນກອງປະຊຸມວ່າ ໄລຍະ “2 ປີແມ່ນບໍ່ພຽງພໍ” ເພື່ອປະຕິບັດແຜນການຖອນທະຫານອອກຈາກອີຣັກ. ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣັກ ໄດ້ປະຕິເສດຂໍ້ສະເໜີ ແກ່ຍາວເວລາໃຫ້ກຳລັງທະຫານປະສົມຕ້ານ IS ຢູ່ອີຣັກ ຢູ່ຕໍ່ກ້າວເຂົ້າປີທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ