ອາເມລິກາແລະບັນດາປະເທດພັດທະມິດNATOຊ້ອມຮົບຮ່ວມທາງອາກາດຂອບດ້ວຍຂະໜາດໃຫຍ່

ອາເມລິກາແລະບັນດາປະເທດພັດທະມິດNATOຊ້ອມຮົບຮ່ວມທາງອາກາດຂອບດ້ວຍຂະໜາດໃຫຍ່ - ảnh 1
(ພາບປະກອບ: AFP)

(vovworld) – ອາ​ເມ​ລິ​ກາ ​ແລະ 10 ປະ​ເທດ​ພັນທະ​ມິດ​ໃນ​ອົງການ NATO ພວມ​ພ້ອມ​ກັນ​ເຂົ້າ​ຮ່ວມການ​ຊ້ອ​ມຮົບ​ທາງ​ອາກາດ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​​ສຸດ​ຢູ່​ເອີ​ລົບ ​ນັບ​ແຕ່​ສິ້ນສຸດ​ສົງຄາມ​ເຢັນ​, ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ບັນດາ​ຝ່າຍ​ຕາ​ເວັນ​ຕົກ ພວມ​ເຄັ່ງ​ຕຶງ ຊຶ່ງກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ່​ພາກຕາ​ເວັນ​ອອກຢູ​ແກຼນ. ຕາມ​ນັ້ນ​ແລ້ວ, ມີ​ພົນທະຫານ​ເກືອບ 5.000 ຄົນ ມາ​ຈາກ 11 ປະ​ເທດ​ພັດ​ທະ​ມິດ​ໃນ NATO ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວນາໆ​ຊາດ​ທາງ​ອາກາດ ຢູ່​ບັນດາ​ປະ​ເທດ​ເຢຍລະ​ມັນ, ອີ​ຕາ​ລີ, ບຸນ​ກາ​ຣີ, ​ໂຣມາ​ເນຍ ​ໃນ​ຮອບ​ເວ​ລາ 4 ອາທິດ, ​ເລີ່​ມ​ແຕ່​ວັນ​ທີ 15/08. ສິ່ງ​ທີ່​ໜ້າ​ສົນ​​ໃຈ​ກວ່າ​ແມ່ນ ​ໃນ​ວັນ​ທີ 26/08 ຈະ​ດຳ​ເນີນ​ການ​ຝຶກ​​​ແອບໂດດຈ້ອງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຮືອບິນ​ສູ້​ຮົບ ​ແລະ ທະຫານ​​ໂດດ​ຈ້ອງກວ່າ 1.000 ຄົນ ຢູ່​ຖານ​ທີ່​ໝັ້ນ​ຝືກຊ້ອມທີ່​ເມືອງ Hohenfels, ປະ​ເທດ​ເຢຍລະ​ມັນ. ​ໃນ​ວັນ​ດຽວ​ກັນ​ກໍ​ມີ​ການ​ຝືກຊ້ອ​ມ​ເຊັ່ນ​ດຽວ​ກັນ​ຢູ່ຖານ​ທີ່​ໝັ້ນ​ຝືກຊ້ອມ Novo Selo ຢູ່ ບຸ​ນກາຣີ.

ຂ່າວ/ບົດ​ອື່ນ