ອາແຊັກໄບຊານ ມອບເອກະສານຂໍ້ເຂົ້າເປັນສະມາຊິກກຸ່ມ BRICS

(VOVWORLD) - ການກະທຳດັ່ງກ່າວດຳເນີນໄປພາຍຫຼັງທີ່ ລັດເຊຍ ສະແດງການສະໜັບສະໜູນຄວາມຫວັງຂອງ ອາແຊັກໄບຊານ ຢາກເຂົ້າເປັນສະມາຊິກກຸ່ມ BRICS.
ອາແຊັກໄບຊານ ມອບເອກະສານຂໍ້ເຂົ້າເປັນສະມາຊິກກຸ່ມ BRICS - ảnh 1(ພາບປະກອບ: IRNA/TTXVN)

        ວັນທີ 20 ສິງຫາ, ກະຊວງການຕ່າງປະເທດ ອາແຊັກໄບຊານ ຢັ້ງຢືນວ່າ, ປະເທດນີ້ໄດ້ມອບເອກະສານຂໍ້ເຂົ້າເປັນສະມາຊິກກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS). ການກະທຳດັ່ງກ່າວດຳເນີນໄປພາຍຫຼັງທີ່ ລັດເຊຍ ສະແດງການສະໜັບສະໜູນຄວາມຫວັງຂອງ ອາແຊັກໄບຊານ ຢາກເຂົ້າເປັນສະມາຊິກກຸ່ມ BRICS. ສິ່ງດັ່ງກ່າວໄດ້ຍົກອອກມາໃນຖະແຫຼງການຮ່ວມໃນວັນທີ 19 ສິງຫາ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyev, ເນື່ອງໃນໂອກາດການໄປປະຕິບັດງານຂອງການນຳ ລັດເຊຍ.

        ກ່ອນໜ້ານັ້ນ, ໃນເດືອນ ກໍລະກົດ, ອາແຊັກໄບຊານ ແລະ ຈີນ ກໍ່ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນ, ອາແຊັກໄບຊານ ປາດຖະໜາຢາກເຂົ້າເປັນສະມາຊິກກຸ່ມ BRICS ແລະ ປັກກິງ ໄດ້ຊົມເຊີຍການຮ່ວມມືກັບ Baku ໃນຂອງເຂດຂອງອົງການຈັດຕັ້ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ