ຮຸງ​ກາ​ຣີ ສະ​ເໜີ EU ແກ້​ໄຂ​ເລື່ອງ ຢູ​ແກຼນ ສະ​ກັດ​ກັ້ນ​ແຫຼ່ງ​ນ້ຳ​ມັນ​ຈາກ ລັດ​ເຊຍ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ ຢັ້ງຢືນວ່າ ຄະນະກຳມະການເອີລົບບໍ່ມີການກະທຳທີ່ກ່ຽວຂ້ອງເຖິງເລື່ອງ ຢູແກຼນຫ້າມບໍລິສັດ Lukoil ຂອງ ລັດເຊຍ ຂົນສົ່ງນ້ຳມັນໄປຍັງຮຸງກາຣີ ແລະ ສະໂລວາກີ. 

ວັນທີ 21 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Szijjarto ໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຮັບປະກັນແຫຼ່ງສະໜອງນ້ຳມັນດິບໃນໄລຍະຍາວໃຫ້ແກ່ປະເທດນີ້ພວມຢູ່ໃນໄລຍະສຸດທ້າຍ. ກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ ຢັ້ງຢືນວ່າ ຄະນະກຳມະການເອີລົບບໍ່ມີການກະທຳທີ່ກ່ຽວຂ້ອງເຖິງເລື່ອງ ຢູແກຼນຫ້າມບໍລິສັດ Lukoil ຂອງ ລັດເຊຍ ຂົນສົ່ງນ້ຳມັນໄປຍັງຮຸງກາຣີ ແລະ ສະໂລວາກີ. ທ່ານຮຽກຮ້ອງໃຫ້ຄະນະກຳມະການເອີລົບ ຄວນມີການກະທຳໂດຍໄວ ຍ້ອນວ່າການກະທຳຂອງ ຢູແກຼນມີຜົນກະທົບຢ່າງຮ້າຍແຮງຕໍ່ແຫຼ່ງສະໜອງນ້ຳມັນຂອງ ຮຸງກາຣີ. ທ່ານກໍ່ຢ້ຳຄືນບັນດາຂໍ້ຕົກລົງຮ່ວມສຳພັນລະຫວ່າງ ສະຫະພາບ ເອີລົບ ແລະ ຢູແກຼນ ໃນນັ້ນເຕື້ອງເຖິງເລື່ອງບໍ່ສະກັດກັ້ນການຂົນສົ່ງພະລັງງານໄປຍັງບັນດາປະເທດສະມາຊິກ ເອີລົບ (EU). ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ ຖືວ່າ ຢູແກຼນໄດ້ລະເມີດບັນດາຂໍ້ຕົກລົງແຕ່ວ່າ ຄະນະກຳມະການ ເອີລົບບໍ່ມີການກະທຳແກ້ໄຂ.  ປະເທດນີ້ພວມດຳເນີນການເຈລະຈາກັບບັນດາຝ່າຍເພື່ອຮັບປະກັນແຫຼ່ງສະໜອງໃນໄລຍະຍາວ. ສ່ວນເຈົ້າໜ້າທີ່ຢູແກຼນໃຫ້ຮູ້ວ່າ ປະເທດນີ້ຈະບໍ່ເປີດທໍ່ສົ່ງນ້ຳມັນຂອງບໍລິສັດລັດເຊຍ Lukoil ໄປຍັງເອີລົບ ຄືນໃໝ່ ຍ້ອນວ່າຄຳສັ່ງເກືອດຫ້າມນີ້ ບໍ່ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງບັນດາປະເທດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ