ເຊີດຊູ 500 ວິສາຫະກິດຂອງ ຫວຽດນາມ ເຕີບໂຕໄວທີ່ສຸດ

ເຊີດຊູ 500 ວິສາຫະກິດຂອງ ຫວຽດນາມ ເຕີບໂຕໄວທີ່ສຸດ - ảnh 1
ເຊີດ​ຊູ 500 ວິ​ສາ​ຫະກິດ​ຂອງ ຫວຽດນາມ ເຕີບ​ໂຕ​ໄວ​ທີ່​ສຸດ​

(vovworld) – ຕອນ​ເຊົ້າ​ວັນ​ທີ 9/4, ຢູ່ ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ລາຍງານ​ຕີ​ລາຄາ ຫວຽດນາມ ພ້ອມ​ກັບ​ໜັງສືພິມ ​ເອ​ເລັກ​ໂຕ​ນິກ Vietnamnet ​ໄດ້​ປະກາດ​ຕາຕະລາງ​ຈັດລຳ​ດັບ 500 ວິ​ສາ​ຫະກິດ​ເຕີບ​ໂຕ​​ໄວ​ທີ່​ສຸດ​ຢູ່ ຫວຽດນາມ ​ໃນ​ປີ 2012. ນີ້​ເປັນ​ຄັ້ງ​ທີ 3 ທີ່ຕາ​ຕະລາງ​ຈັດ​ລຳດັບກຸ່ມ 500 ວິ​ສາ​ຫະກິດ​ເຕີບ​ໂຕ​ໄວ​ທີ່​ສຸດ ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ປະກາດ ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຕີບ​ໂຕ​ໄວ​ທີ່​ສຸດ. ຕາຕະລາງ​ຈັດລຳ​ດັບ 500 ວິ​ສາ​ຫະກິດ​ເຕີບ​ໂຕ​​ໄວ​ທີ່​ສຸດ​​ໃນ​ປີ 2012 ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະມານ 26% ຈຳນວນວິ​ສາ​ຫະກິດ​ມີ​ລາຍ​ຮັບ​​ເພີ່ມ​ຂຶ້ນທົບ 2 ​ເທົ່າ. ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ ຍັງ​ແມ່ນ 2 ທ້ອງ​ຖິ່ນ​ນຳ​ໜ້າ​ພື້ນຖານ​ເສດຖະກິດ ດ້ວຍ​ຈຳນວນ​ວິ​ສາ​ຫະກິດ​ເຕີບ​ໂຕ ຖືກ​ເຂົ້າ​ຕາຕະລາງ​ຈັດ​ລຳດັບ​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ທາງດ້ານ​ຂະ​ແໜງ​ສິນຄ້າ ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ອະສັງຫາລິມະ​ຊັບ ​ແລະ ທະນາຄານ ຍັງ​ຄົງ​ກວມ​ອັດຕາ​ສ່ວນ​ຫຼາຍ​ກ່ວາ.

 

ຂ່າວ/ບົດ​ອື່ນ