ເວທີປາໄສສົນທະນາຫາລືເສດຖະກິດ ຫວຽດນາມ - Kansai

 
                       ເວທີປາໄສສົນທະນາຫາລືເສດຖະກິດ ຫວຽດນາມ - Kansai - ảnh 1
                                       ( ພາບ : TTXVN)

ຕອນ​ເຊົ້າ​ວັນ​ທີ 22 ພະຈິກ, ​ເວທີ​ປາ​ໄສສົນທະນາ​ຫາລືເສດຖະກິດ​ຫວຽດນາມ - Kansai ຄັ້ງ​ທີ່ 5 ​ໄດ້ຖືກ​ໄຂ​ຂຶ້ນ ຢູ່​ນະຄອນ ດ່າ​ໜັງ. ​ເວທີ​ປາ​ໄສ​ ດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ: “ຄວາມ​ສາມາດ​ບົ່ມ​ຊ້ອນ ກາລະ​ໂອກາດ​ຮ່ວມ​ມື​ການ​ລົງທຶນ​ຫວຽດນາມ - ຍີ່​ປູ່​ນ”, ສືບ​ຕໍ່​ແມ່ນ​ໂອກາດ​ສົ່ງ​ເສີມ​ການ​ລົງທຶນ​ຈຸດ​ສຸມ​ລະດັບ​ຊາດ, ​ເພື່ອ​​ແນ​ໃສ່​ເພິ່ມທະວີ​ການດຶງ​ດູດ ​ແລະ ນຳ​ໃຊ້​ບັນດາ​​ແຫຼ່ງ​ເງິນລົງທຶນຈາກ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ສູງ. ປະຈຸ​ບັນ, ຍີ່​ປູ່​ນມີ​ກ່ວາ 1 ພັນ 600 ​ໂຄງການ​ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ​ດ້ວຍ​ຈຳນວນ​ທຶນ ກ່ວາ 22 ຕື້ ​ໂດ​ລາ​ສະຫະລັດ, ວົງ​ເງິນການ​ຄ້າ ​ລະຫວ່າງ 2 ປະ​ເທດ​ບັນລຸ​ ​ເກືອ​ບ 15 ຕື້ ​ໂດ​ລາ​ສະຫະລັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ຊີ້​ແຈງ​ວ່າ:

ເວທີ​ປາ​ໄສ​ຄັ້ງ​ນີ້​, ແມ່ນ​ເຫດການ​ ສົນທະນາ​ຫາລື​ດ້ານເສດຖະກິດ​ລະດັບ​ຊາດ​ປະຈຳ​ປີ​ ລະຫວ່າງ 2 ປະ​ເທດ​ພວກ​ເຮົາ, ​ແມ່ນ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ກ່ອນ​ນັ້ນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ລົງທຶນ​ລະຫວ່າງ​ຍີ່​ປູ່​ນ ​ແລະ ຫວຽດນາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ໂອ​ກາ​ດ ທີດີ ເພື່ອ​ໃຫ້​ພວກ​ເຮົາ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ໂອກາດ​ລົງທຶນ, ພ້ອມ​ກັນ​ນັ້ນ​ກໍ່​ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ແຫຼ່ງ​ເງິນລົງທຶນ​ເຂົ້າ ​ແລວ​ເສດຖະກິດ  ຕາ​ເວັນ​ອອກ - ຕາ​ເວັນ​ຕົກ  ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ ຢູ່​ພາກ​ກາງ​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​​ໃຫ້​ດີ​ກ່ວາອີກ

ໃນ​ຂອບ​ເຂດ​ເວທີ​ປາ​ໄສ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເປັນ​ປະທານ 2 ວາລະ​ປຶກສາ​ຫາລື​ກ່ຽວ​ກັບ “ການພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ຫວຽດນາມ ​ແລະ ​ແລວ​ເສດຖະກິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ” ​ແລະ “ພັດທະນາ​ອຸດສາຫະກຳ​ການ​ຜະລິດ ​ແລະ ສຳຮອງ.
ຂ່າວ/ບົດ​ອື່ນ