ໄຂງານວາງສະແດງ“ທາດພິດສີສົ້ມ-ມະໂນທຳແລະຄວາມຍຸຕິທຳ”

ໄຂງານວາງສະແດງ“ທາດພິດສີສົ້ມ-ມະໂນທຳແລະຄວາມຍຸຕິທຳ” - ảnh 1
(ງານ​ວາງສະ​ແດງ“ທາດ​ພິດ​ສີ​ສົ້ມ-ມະ​ໂນ​ທຳ​ແລະ​ຄວາມ​ຍຸຕິ​ທຳ”)

​​(vovworld) - ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້ “ທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ​ແລະ​ຄວາມ​ຍຸຕິ​ທຳ” ຖືກ​​ໄຂ​ຂຶ້ນ​ໃນ​ວັນ​ທີ 21/07, ຢູ່​ຫໍພິພິດ​ຕະພັນ​​ແຂວງກວາງ​ນິງ, ​ແມ່ນ​ຈຸດພົ້ນ​ເດັ່ນ​ສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 54 ປີ​​ແຫ່ງ​​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ (1961 - 2015) ​ແລະ ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ 10/08. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ບັນດາ​ພາບ​ຖ່າຍ, ວັດຖຸ​ພັນ​ຫຼາຍ​ຢ່າງ ວາດ​ພາບ​ເຖິງ​ຊີວິດ​ຕົວ​ຈິງ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ບື່ນຕົວ​ຂຶ້ນ​ໃນ​ຊີວິດ​ຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ເພື່ອມຸ່ງ​ໄປ​​ເຖິງ​ຄວາມ​ໄຝ​ຝັນ​ຢາກ​ໃຫ້​ໂລກ​ມີສັນຕິພາບ, ມີ​ຄວາມ​ຜາ​ສຸກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ພົນ​ໂທ ຫງວຽນ​ວັນຣິງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດສີ​ສົ້ມ ຫວຽດນາມ ​ເນັ້ນ​ໜັກ​ວ່າ.

        “ບັນດາ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມ​ ​ໄດ້​ປະກອບສ່ວນ​ຕໍ່ສູ້​​ເພື່ອ​ປົກ​ປ້ອງ​ສິດ​ມີ​ຊີວິດ ​ແລະ ສິດ​ຂອງ​ມະນຸດ. ພິ​ເສດ, ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ມັນທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ຊີວິດ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​​ໃຫ້​ປະຊາຊົນ​ໃນ​ໂລກ ​ແລະ ພິ​ເສດ​ແມ່ນ​ບັນດາ​ອະດີດ​ນັກຮົບ​ຢູ່​ປະ​ເທດ​ຕ່າງໆ​​ທີ່ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ຈົ່ງ​ສາມັກຄີ​ກັນ​ສ້າງ​ເປັນ​ແນວຮົບ​ເພື່ອ​ຕ້ານ​ອາວຸດ​ເຄມີ ພ້ອມ​ທັງ​ຕ້ານ​ອາວ​ຸດລ້າງ​ຜານ​ໃຫຍ່ ​ເພື່ອ​ໃຫ້​ປະຊາຊົນ​ໂລກ​ເວົ້າ​ລວມ​ ​ແລະ ປະຊາຊົນ​ຫວຽດນາມ ​ເວົ້າ​ສະ​ເພາະ​​​ໄດ້ດຳລົງ​ຊີວິດ​ໃນ​ຄວາມ​ສັນຕິພາບ”.

        ງານ​ວາງສະ​ແດງ “ທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ​ແລະ​ຄວາມ​ຍຸຕິ​ທຳ” ຖືກ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 14/08.

ຂ່າວ/ບົດ​ອື່ນ