ໄຂ​ສົກ​ຮຽນ​ໃໝ່ ຢູ່​​ຫຼາຍ​ທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ ຫວຽດ​ນາມ

(VOVWORLD) - ວັນທີ 5 ກັນຍາ, ມີນັກຮຽນ, ນັກສຶກສາ ປະມານ 25 ລ້ານຄົນໃນທົ່ວປະເທດໄດ້ກ້າວເຂົ້າສູ່ສົກຮຽນໃໝ່ 2024 – 2025 ຢ່າງເປັນທາງການ. ພິທີໄຂໄດ້ຈັດຂຶ້ນໃນຈຸດເວລາດຽວກັນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

ໄຂ​ສົກ​ຮຽນ​ໃໝ່ ຢູ່​​ຫຼາຍ​ທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ ຫວຽດ​ນາມ - ảnh 1ພາບປະກອບ: VOV

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມໄດ້ສົ່ງຈົດໝາຍຝາກໄປເຖິງຂະແໜງການສຶກສາ. ໃນຈົດໝາຍ, ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ກຳນົດການສຶກສາ ແລະ ການບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ມີບັນດານະໂຍບາຍບຸລິມະສິດພັດທະນາການສຶກສາ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີບັນດາກະຊວງ, ຂະແໜງການສູນກາງ, ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງເອົາໃຈໃສ່ ພາລະກິດແຫ່ງການສຶກສາໃຫ້ດີກ່ວາອີກ, ປະຕິບັດສຳເລັດພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາ ຂອງ ຫວຽດນາມ.

ໃນຕອນເຊົ້າວັນທີ 5 ກັນຍາ, ບັນດາການນຳພັກ, ລັດ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ກັບບັນດາໂຮງຮຽນ, ນັກຮຽນໃນທົ່ວປະເທດ. ເຂົ້າຮ່ວມພິທີໄຂຂອງໂຮງຮຽນມັດຖະຍົມຕອນຕົ້ນ ຫງວຽນດິ່ງຈຽວ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ກະຊວງສຶກສາບຳລຸງສ້າງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ສ້າງບັນດາປັດໄຈພື້ນຖານ ໃຫ້ແກ່ການພັດທະນາການສຶກສາບຳລຸງສ້າງ, ຊຸກຍູ້ສັງຄົມຮ່ຳຮຽນ, ພິເສດແມ່ນສ້າງເງື່ອນໄຂສະດວກສຳລັບນັກຮຽນຄົນພິການ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ.

ເຂົ້າຮ່ວມພິທີໄຂສົກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຟ້າມຮູ່ງ, ຢູ່ເທດສະບານ ລອງໂຮ, ເມືອງລອງໂຮ, ແຂວງ ຫວິງລອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

ກະຊວງສຶກສາ ແລະບຳລຸງສ້າງ ສືບຕໍ່ຊີ້ນຳ, ຈັດຕັ້ງປະຕິບັດຫຼັກສຸດການສຶກສາໃໝ່ໃຫ້ເປັນຢ່າງດີ, ປະກາດໃຊ້ເອກະສານແນະນຳໂດຍໄວ, ຈັດຕັ້ງການຝືກອົບຮົບກ່ຽວກັບການເສັງ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ຜູ້ເຂົ້າຮ່ວມການເສັງ ແລະ ຄອບຄົວ.


ຕອບກັບ

ຂ່າວ/ບົດ​ອື່ນ