ໝາກລິ້ນ​ຈີ່​ສົດ​ຫວຽດນາມ ​ໄດ້​ວາງ​ຂາຍ​ເປັນ​ຄັ້ງ​ທໍາ​ອິດ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຢູ່ ຍີ່​ປຸ່ນ

(VOVWORLD) -"ນີ້ແມ່ນຜົນສໍາເລັດທີ່ຍິ່ງໃຫຍ່ສໍາລັບຊາວກະສິກອນຫວຽດນາມ, ຜົນສໍາເລັດຂອງແຂວງບັກຢາງ, ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພິເສດແມ່ນຜົນສໍາເລັດຂອງພະນັກງານສະຖານທູດ.”
ໝາກລິ້ນ​ຈີ່​ສົດ​ຫວຽດນາມ ​ໄດ້​ວາງ​ຂາຍ​ເປັນ​ຄັ້ງ​ທໍາ​ອິດ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຢູ່ ຍີ່​ປຸ່ນ - ảnh 1ໝາກລິ້ນຈີ່ສົດຫວຽດນາມ ໄດ້ວາງຂາຍເປັນຄັ້ງທໍາອິດຢູ່ຮ້ານສັບພະສິນຄ້າຢູ່ ຍີ່ປຸ່ນ (ພາບ: ຫວຽດນາມ ຢຸງ - ນັກຂ່າວ VOV ປະຈໍາ ຍີ່ປຸ່ນ)

        ວັນທີ 22 ມິຖຸນາ, ບໍລິສັດ AEON ໄດ້ເລີ່ມວາງຂາຍໝາກລິ້ນຈີ່ສົດຫວຽດນາມ ໃນຮ້ານສັບພະສິນຄ້າແຫ່ງຕ່າງໆຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ໂດຍເປັນໜຶ່ງໃນບັນດາບໍລິສັດຂາຍຍ່ອຍທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຍີ່ປຸ່ນ, AEON ໃຫ້ຮູ້ວ່າ ໄດ້ເລີ່ມດໍາເນີນບັນດາລະບຽບການທີ່ຈໍາເປັນເພື່ອນໍາເຂົ້າໝາກລິ້ນຈີ່ນສົດຂອງຫວຽດນາມເຂົ້າຍີ່ປຸ່່ນ ພາຍຫຼັງ ເຈົ້າໜ້າທີ່ຂອງປະເທດນີ້ຍົກເລີກຄໍາສັ່ງຈໍາກັດການນໍາເຂົ້າແຕ່ເດືອນທັນວາ ປີ 2019. ບໍລິສັດນີ້ ໄດ້ຂຶ້ນແຜນຈະຈໍາໜ່າຍໝາກລິ້ນຈີ່ສົດຫວຽດນາມ ຢູ່ຮ້ານສັບພະສິນຄ້າກວ່າ 250 ແຫ່ງ ໃນທົ່ວປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ໃຫ້ຮູ້ວ່າ:

        “ນີ້ແມ່ນຜົນສໍາເລັດທີ່ຍິ່ງໃຫຍ່ສໍາລັບຊາວກະສິກອນຫວຽດນາມ, ຜົນສໍາເລັດຂອງແຂວງບັກຢາງ, ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພິເສດແມ່ນຜົນສໍາເລັດຂອງພະນັກງານສະຖານທູດ. ຜ່ານນີ້, ພວກເຮົາສາມາດພິສູດໄດ້ລະດັບຄວາມສາມາດຂອງຂະແໜງກະສິກໍາຫວຽດນາມແມ່ນສາມາດຕອບສະໜອງໄດ້ຕາມບັນດາມາດຕະຖານດ້ານເຕັກນິກຂອງຕະຫຼາດທີ່ເຄັ່ງຄັດທີ່ສຸດ ຄືຕະຫຼາດ ຍີ່ປຸ່ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກພວກເຮົາຜະລິດໄດ້ບັນດາຜະລິດຕະພັນກະເສດ ແລະ ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນນັ້ນ,ແນ່ນອນວ່າ ພວກເຮົາຈະແຊກຊຶມເຂົ້າຕະຫຼາດແຫ່ງອື່ນໆໄດ້”.

        ເມື່ອຕີລາຄາກ່ຽວກັບໝາກລິ້ນຈີ່ສົດຂອງຫວຽດນາມ, ທ່ານ Soichi Okazaki, ຜູ້ອໍານວຍການຝ່າຍບໍລິຫານບໍລິສັດ AEON ຈໍາກັດ ໄດ້ໃຫ້ຂໍ້ສັງເກດວ່າ ໝາກລິ້ນຈີ່ສົດຂອງຫວຽດນາມ ຫວານ, ແຊບຊ້ອຍ, ແກ່ນນ້ອຍ ແລະ ມີຄຸນນະພາບດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ