ພິ​ທີ​ປະ​ກາດຜົນ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ ປີ 2020 ຢ່າງ​ເປັນ​ທາງ​ການ

(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 12 ພະຈິກ ໄດ້ດຳເນີນພິທີປະກາດບົດລາຍງານການຕີລາຄາກາງສະໄໝ ການຈັດຕັ້ງປະຕິບັດບັນດາແຜນການສັງລວມວິໄສທັດ ປະຊາຄົມ ອາຊຽນ 2025, ແຜນການຟື້ນຟູສັງລວມ ອາຊຽນ ແລະ ສ້າງຕັ້ງ ສາງສະສົມອຸປະກອນການແພດສຸກເສີນ ອາຊຽນ.
ພິ​ທີ​ປະ​ກາດຜົນ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ ປີ 2020 ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: baoquocte.vn) 

ບົດລາຍງານການຕີລາຄາກາງສະໄໝ ການຈັດຕັ້ງປະຕິບັດບັນດາແຜນການສັງລວມວິໄສທັດ ປະຊາຄົມ ອາຊຽນ 2025 ຢູ່ທັງ 3 ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ ສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ; ແຜນການສັງລວມ ການເຊື່ອມຕໍ່ ອາຊຽນ 2025. ບົດລາຍງານດັ່ງກ່າວ ແມ່ນໝາກຜົນສຳຄັນ, ອັນໄດ້ປະກອບສ່ວນເຂົ້າໃນການກຳນົດທິດໃຫ້ແກ່ບັນດາເສົາຄ້ຳ ໃນການປະຕິບັດບັນດາເປົ້າໝາຍສ້າງປະຊາຄົມ ຮອດປີ 2025 ໃຫ້ປະສົບຜົນສຳເລັດ.

ແຜນການຟື້ນຟູສັງລວມ ອາຊຽນ ແລະ ແຜນການຜັນຂະຫຍາຍ  ໄດ້ຮັບການຮັບຮອງເອົາ ໃນນັ້ນ ມີບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດຂອງ ອາຊຽນ ເຊິ່ງສຸມໃສ່ 3 ໄລຍະຕົ້ນຕໍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

        “ດ້ວຍການປະກາດຜົນງານສ່ວນໜຶ່ງ ເຊິ່ງ ອາຊຽນ ບັນລຸໄດ້, ມື້ນີ້, ຂ້າພະເຈົ້າຂໍຢັ້ງຢືນວ່າ ຄວາມສາມັກຄີແມ່ນພື້ນຖານແກ່ການຮ່ວມມື, ແມ່ນຂໍກຸນແຈມຸ່ງໄປເຖິງຜົນສຳເລັດຂອງ ອາຊຽນ. ປີ 2020 ໃກ້ຈະໝົດແລ້ວ, ຜົນງານທີ່ພວກເຮົາບັນລຸໄດ້ໃນໄລຍະຜ່ານມາ ແມ່ນຫຼາກຫຼາຍ, ອຸດົມສົມບູນນັບທັງລວງເລິກ, ລະດັບ ແລະ ກຳລັງເຫື່ອແຮງຂອງບັນດາປະເທດສະມາຊິກ ອາຊຽນ ເຊິ່ງໄດ້ຊ່ວຍໃຫ້ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ຂ້າພະເຈົ້າຂໍຕາງໜ້າໃຫ້ການນຳບັນດາປະເທດ ອາຊຽນ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງປະຊາຄົມໃນບັນດາໝາກຜົນສຳຄັນໃນວັນນີ້”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ