ອາເມລິກາ ແລະ ຕາລີບານ ກຳນົດວັນເວລາດຳເນີນຮອບເຈລະຈາຕໍ່ໄປ

(VOVWORLD) - ວັນທີ 27 ມັງກອນ, ສຳນັກຂ່າວສານ Reuters ໄດ້ຄັດແຫຼ່ງຂ່າວຈາກເຈົ້າໜ້າທີ່ການທູດ ກາຕາ ໃຫ້ຮູ້ວ່າ:
ອາເມລິກາ ແລະ ຕາລີບານ ກຳນົດວັນເວລາດຳເນີນຮອບເຈລະຈາຕໍ່ໄປ - ảnh 1  ບັນດາມືປືນ ຕາລີບານ ພາບ: AFP/TTXVN

ຮອບເຈລະຈາສັນຕິພາບຕໍ່ໄປລະຫວ່າງ ອາເມລິກາ ແລະ ກຳລັງ ຕາລີບານ ຢູ່ ອາບການິດສະຖານ ຄາດວ່າຈະດຳເນີນໃນວັນທີ 25 ກຸມພາ ຈະມາເຖິງ, ພາຍຫລັງບັນດາຝ່າຍບັນລຸໄດ້ຮ່າງສົນທິສັນຍາສະບັບໜຶ່ງເຊິ່ງ ອາດຈະຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາ 17 ປີຜ່ານມາຢູ່ ອາບການິດສະຖານ.

        ຮ່າງຂໍ້ຕົກລົງ 2 ຝ່າຍໄດ້ຮັບການເຫັນດີເປັນເອກະພາບ ພາຍຫລັງດຳເນີນການເຈລະຈາມາເປັນເວລາ 6 ວັນໃນອາທິດກ່ອນ, ຕາມນັ້ນແລ້ວ ບັນດາພົນທະຫານ ອາເມລິກາ ຈະຖອນກຳລັງອອກຈາກ ອາບການິດສະຖານ ພາຍໃນເວລາ 18 ເດືອນ ນັບແຕ່ເມື່ອຂໍ້ຕົກລົງໄດ້ລົງນາມ, ຜ່ານນັ້ນ, ອາດຈະຢຸດຕິການປະທະກັນຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ